ກ່ຽວກັບພວກເຮົາ

Laocheck.la ແມ່ນແພລັດຟອມສູນກາງເພື່ອເສີມສ້າງຄວາມປອດໄພໃນການເຮັດທຸລະກຳ ແລະ ການຕິດຕໍ່ສື່ສານເທິງໂລກອອນລາຍ. ເປົ້າໝາຍສູງສຸດຂອງພວກເຮົາແມ່ນເພື່ອ "ສ້າງສັງຄົມທີ່ປອດໄພຈາກການສໍ້ໂກງ" ເປີດໂອກາດໃຫ້ທຸກຄົນສາມາດກວດສອບຂໍ້ມູນເບື້ອງຕົ້ນ ກ່ອນການຕັດສິນໃຈ ເຮັດທຸລະກຳ.

ພາລະກິດຂອງພວກເຮົາ

ພວກເຮົາເຮັດໜ້າທີ່ເປັນຕົວທ້ອນໂຮມຂໍ້ມູນ ແລະ ປະຫວັດການສໍ້ໂກງຈາກຖານຂໍ້ມູນຊຸມຊົນ ເພື່ອໃຫ້ຜູ້ຊົມໃຊ້ທັງພາຍໃນ ແລະ ຕ່າງປະເທດ ສາມາດ

1. ກວດສອບ

ເບີໂທลະສັບ, ເລກບັນຊີທະນາຄານ ແລະ ສື່ສັງຄົມອອນລາຍ (Social Media) ທີ່ມີຄວາມສ່ຽງ ຫຼື ມີປະຫວັດການສໍ້ໂກງ.

2. ແຈ້ງເຕືອນ

ລາຍງານ ແລະ ແບ່ງປັນປະສົບການການຖືກໂກງ ເພື່ອເປັນອຸທາຫອນ ແລະ ປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍແກ່ບຸກຄົນອື່ນ.

3. ຫຼຸດຜ່ອນຄວາມສ່ຽງ

ເພີ່ມຄວາມໝັ້ນໃຈໃນທຸກການໂອນ, ທຸກການຊື້ຂາຍ ແລະ ທຸກການຕິດຕໍ່ສື່ສານໃນຍຸກດີຈີຕອນ.

ຂໍ້ກຳນົດ ແລະ ຂອບເຂດການບໍລິການ

Laocheck.la ແມ່ນແພລັດຟອມທີ່ຂັບເຄື່ອນດ້ວຍ "ການລາຍງານຈາກຊຸມຊົນ" ເພື່ອເປັນຂໍ້ມູນອ້າງອີງເບື້ອງຕົ້ນເທົ່ານັ້ນ.

ໝາຍເຫດ: ພວກເຮົາ ບໍ່ແມ່ນ ພາກສ່ວນທີ່ມີອຳນາດທາງກົດໝາຍ, ບໍ່ມີສິດໃນການຕັດສິນຄວາມຜິດ ຫຼື ດຳເນີນຄະດີໃດໆ. ຂໍ້ມູນທັງໝົດແມ່ນໄດ້ມາຈາກການແບ່ງປັນຂອງຜູ້ຊົມໃຊ້ ເພື່ອຊ່ວຍໃຫ້ສັງຄົມມີຄວາມລະມັດລະວັງຕົວຫຼາຍຂຶ້ນ.

ບໍລິການຟຣີ

ຜູ້ໃຊ້ທົ່ວໄປ ແລະ ຜູ້ເຄາະຮ້າຍ ບໍ່ຕ້ອງເສຍຄ່າ ຫຍັງທັງໝົດ.

✓ ກວດສອບ — ຟຣີ
✓ ລາຍງານ — ຟຣີ
✓ ດູໂປຣໄຟລ໌ — ຟຣີ

ຫຼັກການຂອງພວກເຮົາ

  • ຜູ້ຖືກເຄາະຮ້າຍບໍ່ຈ່າຍ — ຜູ້ທີ່ໄດ້ຮັບຄວາມເສຍຫາຍຈາກການໂກງ ຈະບໍ່ຖືກເກັບຄ່າ ໃນທຸກຮູບແບບ
  • ບໍ່ຂາຍຂໍ້ມູນ — ຂໍ້ມູນຜູ້ລາຍງານຈະບໍ່ຖືກຂາຍ ຫຼື ແບ່ງປັນ
  • ບໍ່ຮັບເງິນລຶບ — ບໍ່ຮັບການຈ່າຍເງິນເພື່ອລຶບ ຫຼື ປ່ຽນແປງ ໂປຣໄຟລ໌ຜູ້ຕ້ອງສົງໄສ
  • ບໍ່ໂຄສະນາ — ບໍ່ສະແດງໂຄສະນາ Third-party ໃດໆ

ຕິດຕໍ່ພວກເຮົາ

ຄຳຖາມ, ຄວາມຄິດເຫັນ, ຫຼື ການຮ້ອງຂໍລຶບຂໍ້ມູນ

✉ admin@laocheck.la